ການກະກຽມປ້ອງກັນບົດຈົບຊັ້ນຂອງນັກສຶກສາຊັ້ນສູງຕໍ່ເນື່ອງ ຫຼັກສູດ 12+2+1,5 ຮຸ່ນທີ 12 ສົກຮຽນ 2022-2023 - Academics Department

ກົດເມົ້າໃສ່ທີ່ນີ້ ເວບໄຊຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ

ເລືອກພາສາ

วันจันทร์ที่ 20 กุมภาพันธ์ พ.ศ. 2566

ການກະກຽມປ້ອງກັນບົດຈົບຊັ້ນຂອງນັກສຶກສາຊັ້ນສູງຕໍ່ເນື່ອງ ຫຼັກສູດ 12+2+1,5 ຮຸ່ນທີ 12 ສົກຮຽນ 2022-2023

    ໃນຕອນແລງຂອງວັນທີ 20 ກຸມພາ 2023 ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ໄດ້ມີການເປີດກອງປະຊຸມກະກຽມພິທີການປ້ອງກັນບົດລາຍງານຈົບຊັ້ນຂອງນັກສຶກສາຊັ້ນສູງຕໍ່ເນື່ອງ ຫຼັກສູດ 12+2+1,5 ຮຸ່ນທີ 12 ສົກຮຽນ 2022-2023.
    ໃນກອງປະຊຸມໂດຍປະທານຂອງທ່ານ ທອງດີ ເນົາວັນເພັງ ຮອງຜູ້ອໍານວຍການໂຮງຮຽນ, ມີທ່ານ ສາຍທຽນ ບຸນທັນທີ ຫົວໜ້າພະແນກວິຊາການ, ມີຄະນະພະແນກການຂອງໂຮງຮຽນ, ຄະນະກໍາມະການປ້ອງກັນບົດ, ອານຸກໍາມະການຕ່າງໆເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 3 ທ່ານ ແລະ ພ້ອມນັກສຶກສາ 4 ສາຂາວິຊາຄື: ສາຂາການບັນຊີ, ສາຂາປູກຝັງ, ສາຂາລ້ຽງສັດ ແລະ ສາຂາເຕັກໂນໂລຊີໄຟຟ້າເຂົ້າຮ່ວມ ໃນກອງປະຊຸມດັ່ງກ່າວໄດ້ຮັບຟັງລາຍງາຍຄວາມພ້ອມໃນການປ້ອງກັນບົດຂອງນັກສຶກສາຈາກ ທ່ານ ສາຍທຽນ ບຸນທັນທີ ຫົວໜ້າພະແນກວິຊາການຂອງໂຮງຮຽນ ເລື່ອງວຽກງານຕ່າງໆດັ່ງນີ້:
1, ຄວາມພ້ອມບົດຂອງນັກສຶກສາ
2, ຄວາມພ້ອມຂອງຄະນກະໍາມະການປ້ອງກັນບົດແຕ່ລະສາຂາ
3, ຄວາມພ້ອມຂອງຫ້ອງທີ່ໃຊ້ໃນການປ້ອງກັນບົດໃນ 4 ສາຂາວິຊາ
4, ລະບຽບຂອງການປ້ອງກັນບົດ
    ໃນພິທີດັ່ງກ່າວ ຍັງໄດ້ຮັບຟັງຄໍາເຫັນຈາກທ່ານປະທານ ໃຫ້ເອົາໃຈໃສ່ປະຕິບັດຕໍ່ວຽກງານທີ່ກ່າວມາຂ້າງເທິງຢ່າງລະອຽດ ແລະ ທ່ານປະທານຍັງໄດ້ໃຫ້ທິດ ແລະ ໃຫ້ຄໍາຊີ້ແນະກ່ຽວກັບການຊອກວຽກເຮັດງານທໍາກ່ຽວກັບວິຊາສະເພາະຂອງຕົນອີກດ້ວຍ.





 

ไม่มีความคิดเห็น:

แสดงความคิดเห็น

ສົນທະນາ

ຝຶກອົບຮົມການບໍລິຫານຈັດການສູນຮຽນຮູ້ ຄັ້ງທີ 01 ວັນທີ 12-13 ກໍລະກົດ 2023

     ໃນວັນທີ 12 ກໍລະກົດ 2023 ຢູ່ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ໄດ້ຈັດພິທີຝຶກອົບຮົມກ່ຽວກັບການບໍລິຫານຈັດການສູນຮຽນຮູ້ກ່ຽວກັບກະສິ...