- ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ເປັນປະທານ
- ທ່ານ ທອງຈັນ ພັນທຸອາມາດ ຜູ້ອໍານວຍການໂຮງຮຽນ ເປັນຮອງ
- ທ່ານ ທອງດີ ເນົາວັນເພັງ ຮອງຜູ້ອໍານວຍການໂຮງຮຽນ ເປັນຄະນະ
- ທ່ານ ສາຍທຽນ ບຸນທັນທີ ຫົວໜ້າພະແນກວິຊາການ ເປັນຄະນະ
- ທ່ານ ຈື່ດີ ທໍ່ ຜູ້ປະສານງານໂຄງການ Vtess ເປັນຄະນະ
- ທ່ານ ກອງມະນີ ທໍາມະວົງໄຊ ຜູ້ປະສານງານໂຄງການ Vtess ຂັ້ນແຂວງ ເປັນຄະນະ
- ທ່ານ ສຸລິຄໍາກອນ ສີສຸລາດ ຄູຝຶກ
- ທ່ານ ຄະນະພະແນກ, ຄະນະພາກວິຊາ, ພະນັກງານວິຊາການ ເປັນສໍາມະນາກອນ
ການຝຶກອົບຮົມໃນຄັ້ງນີ້ໃຫ້ການສະໜັບສະໜູນງົບປະມານຈາກ ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ (VTESS).
# ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້:
- ເພື່ອໃຫ້ຄະນະພະແນກ, ພາກວິຊາໄດ້ຮຽນຮູ້ ແລະ ຝຶກທັກສະໃນການວາງແຜນ
- ເພື່ອໃຫ້ຄະນະພະແນກ, ພາກວິຊານໍາໃຊ້ຄວາມຮູ້ ແລະ ທັກສະການວາງແຜນເພື່ອຫັນເອົາແນງທາງນະໂຍບາຍຂອງກົມອາຊີວະສຶກສາ, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ມາຈັດຕັ້ງປະຕິບັດຂອງພະແນກ, ພາກວິຊາຂອງຕົນເອງ.
# ຄາດຄະເນຜົນໄດ້ຮັບຫຼັງຈາກການຝຶກອົບຮົມໃນຄັ້ງນີ້:
- ຄະນະພະແນກ, ພາກວິຊາສາມາດນໍາເອົາແຜນຍຸດທະສາດຂອງກົມອາຊີວະສຶກສາ, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ມາເປັນແຜນຈັດຕັ້ງປະຕິບັດຂອງຕົນເອງ.
- ແຜນຈັດຕັ້ງປະຕິບັດຂອງພະແນກ, ພາກວິຊາ ແທດເໝາະກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້.
- ຄຸນນະພາບຂອງການຈັດຕັ້ງການຮຽນ-ການສອນດີຂຶ້ນ.
ການຝຶກອົບຮົມໃນຄັ້ງນີ້ຄູຝຶກຍັງໄດ້ໃຫ້ນັກສໍາມະນາກອນສະເໜີຄວາມຄາດຫວັງຈາກການຝຶກອົບຮົມຄັ້ງນີ້, ສຶກສາສະພາບ, ບັນຫາ, ສາເຫດ ແລະ ຜົນກະທົບຂອງແຕ່ລະພະແນກການ, ພາກວິຊາ ແລະ ໂຮງຮຽນຂອງຕົນ ດ້ວຍການນໍາໃຊ້ຕົ້ນໄມ້ບັນຫາເພື່ອວິເຄາະ, ພ້ອມກັບການນໍາສະເໜີເຄົ້າໂຄງຂອງແຜນໂຄງການ, ຂຽນແຜນໂຄງການ ແລະ ກໍານົດຕົວຊີ້ບອກປະຈໍາແຕ່ລະພະແນກການ, ພາກວິຊາ ແລ້ວຂຶ້ນນໍາສະເໜີ.
ไม่มีความคิดเห็น:
แสดงความคิดเห็น