ພິທີເປີດກາານປ້ອງກັນບົດລາຍງານຈົບຊັ້ນຂອງນັກສຶກສາ ຊັ້ນສູງຕໍ່ເນື່ອງ ຫຼັກສູດ 12+2+1,5 ຮຸ່ນທີ XII ປະຈໍາສົກຮຽນ 2022-2023 - Academics Department

ກົດເມົ້າໃສ່ທີ່ນີ້ ເວບໄຊຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ

ເລືອກພາສາ

วันพุธที่ 22 กุมภาพันธ์ พ.ศ. 2566

ພິທີເປີດກາານປ້ອງກັນບົດລາຍງານຈົບຊັ້ນຂອງນັກສຶກສາ ຊັ້ນສູງຕໍ່ເນື່ອງ ຫຼັກສູດ 12+2+1,5 ຮຸ່ນທີ XII ປະຈໍາສົກຮຽນ 2022-2023

 


    ໃນຕອນເຊົ້າຂອງວັນທີ 21 ກຸມພາ 2023 ເວລາ 8:30 ນາທີ ທີ່ຜ່ານມາ ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ໄດ້ມີພິທີເປີດການປ້ອງກັນບົດລາຍງານຈົບຊັ້ນໃຫ້ແກ່ນັກສຶກສາຊັ້ນສູງຕໍ່ເນື່ອງ ຫຼັກສູດ 12+2+1,5 ຮຸ່ນທີ XII ປະຈໍາສົກຮຽນ 2022-2023 ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ສົມພອນ ທໍາມະກຸນ ຫົວໜ້າຂະແໜງອາຊີວະສຶກສາ, ທ່ານ ທອງດີ ເນົາວັນເພັງ ຮອງຜູ້ອໍານວຍການໂຮງຮຽນ ພ້ອມດ້ວຍຄະນະຮັບຜິດຊອບຊີ້ນໍາລວມ, ອານຸກໍາມະການປ້ອງກັນບົດ 4 ສາຂາ, ກອງເລຂາ, ອານຸກໍາມະການເສດຖະກິດເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 4  ທ່ານ.

    ໃນພິທີ ທ່ານ ສາຍທຽນ ບຸນທັນທີ ຫົວໜ້າພະແນກວິຊາການຂອງໂຮງຮຽນ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປ້ອງກັນບົດລາຍງານຈົບຊັ້ນຂອງນັກສຶກສາຊັ້ນສູງຕໍ່ເນື່ອງ ຫຼັກສູດ 12+2+1,5 ຮຸ່ນທີ XII ສົກຮຽນ 2022-2023 ເລກທີ 518/ສກຂ.ຊຍ ລົງວັນທີ 09 ກຸມພາ 2023,


    ຈາກນັ້ນ ທ່ານ ທອງດີ ເນົາວັນເພັງ ຮອງຜູ້ອໍານວຍການໂຮງຮຽນ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດການຮຽນ-ການສອນຫຼັກສູດຊັ້ນສູງຕໍ່ເນື່ອງ 12+2+1,5 ຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ສະບັບເລກທີ 476/ຮຕ.ຊຍ ລົງວັນທີ 20 ກຸມພາ 2023 

ໃນພິທີດັ່ງກ່າວຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ຄໍາຄິດເຫັນຈາກທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ

ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ໂຮງຮຽນເຕັກນິກ-ວິຊາຊີບຂອງພວກເຮົາໃນການຈັດຕັ້ງປະຕິບັດການຮຽນ-ການສອນຕາມໂຄງສ້າງຫຼັກສູດ, ຕໍ່ກັບພະນັກງານຄູ-ອາຈານ, ນັກສຶກສາ ແລະ ຕໍ່ກັບໄລຍະຜ່ານມາທີ່ພວກເຮົາສາມາດສ້າງນັກວິຊາການລະດັບເຕັກນິກອອກຮັບໃຊ້ສັງຄົມມາແລ້ວເປັນຈໍານວນຫຼາຍ; ນອກຈາກນັ້ນທ່ານປະທານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຕໍ່ 3 ດ້ານ ມີດັ່ງນີ້:

1.    ດ້ານອາຈານທີ່ປຶກສາ ແມ່ນໃຫ້ກວດບົດຂອງນັກສຶກສາຕາມຄວາມເປັນຈິງ, ຕາມຄວາມເໝາະສົມ, ອີງຕາມສະພາບຕົວຈິງໃນແຕ່ລະຫົວຂໍ້ຂອງບົດໃນທ້ອງຖິ່ນ, ບໍ່ໃຫ້ມີການຂຽນບົດໃຫ້ແກ່ນັກສຶກສາ.

2.    ດ້ານຄະນະກໍາມະການ ແມ່ນຂໍໃຫ້ມີຄວາມຢຸດຕິທໍາໂປ່ງໃສ, ມີຄວາມຊື່ສັດ, ທ່ຽງທໍາຕໍ່ນັກສຶກສາທຸກໆຄົນ, ບໍ່ໃຫ້ມີການຊື້ຈ້າງຈອບອອຍຈາກນັກສຶກສາ, ການຕັ້ງຄໍາຖາມກໍ່ໃຫ້ຢູ່ຂອບເຂດການຄົ້ນຄວ້າຂອງນັກສຶກສາ ແລະ ຕ້ອງໃຫ້ຄໍາແນະນໍາບົດຂອງເຂົາເຈົ້າໃຫ້ສົມບູນຂຶ້ນ.

3.    ດ້ານນັກສຶກສາ ຕ້ອງຕອບຄໍາຖາມແກ່ຄະນະກໍາມະການຕາມຫຼັກວິຊາການຂອງຕົນ, ບໍ່ໃຫ້ສະແດງພຶດຕິກໍາການຕອບແບບແຂງກະດ້າງ, ຕອບຕາມຄວາມຮູ້ຂອງຕົນທີ່ໄດ້ຮໍາຮຽນມາ ແລະ ນັກສຶກສາທຸກຄົນເວລາປ້ອງກັນບົດສໍາເລັດແລ້ວ ໃຫ້ໄປແປງບົດຄືນຕາມຄໍາແນະນໍາຂອງຄະນະກໍາມະການໂດຍສົມທົບກັບອາຈານທີ່ປຶກສາ ແລ້ວໃຫ້ມາສົ່ງຜູ້ຮັບຜິດຊອບຕາມໄລຍະເວລາທີ່ກໍານົດ.


+ ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບປ້ອງກັນບົດ ແລະ ແຜນປ້ອງກັນບົດຂອງນັກສຶກສາ

+ ບົດລາຍງານຈັດຕັ້ງການຮຽນ-ການສອນ ຫຼັກສູດຊັ້ນສູງຕໍ່ເນື່ອງ 12+2+1,5
ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ

ไม่มีความคิดเห็น:

แสดงความคิดเห็น

ສົນທະນາ

ຝຶກອົບຮົມການບໍລິຫານຈັດການສູນຮຽນຮູ້ ຄັ້ງທີ 01 ວັນທີ 12-13 ກໍລະກົດ 2023

     ໃນວັນທີ 12 ກໍລະກົດ 2023 ຢູ່ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ໄດ້ຈັດພິທີຝຶກອົບຮົມກ່ຽວກັບການບໍລິຫານຈັດການສູນຮຽນຮູ້ກ່ຽວກັບກະສິ...