ຝຶກອົບຮົມການບໍລິຫານຈັດການສູນຮຽນຮູ້ ຄັ້ງທີ 01 ວັນທີ 12-13 ກໍລະກົດ 2023 - Academics Department

ກົດເມົ້າໃສ່ທີ່ນີ້ ເວບໄຊຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ

ເລືອກພາສາ

วันอังคารที่ 11 กรกฎาคม พ.ศ. 2566

ຝຶກອົບຮົມການບໍລິຫານຈັດການສູນຮຽນຮູ້ ຄັ້ງທີ 01 ວັນທີ 12-13 ກໍລະກົດ 2023




    ໃນວັນທີ 12 ກໍລະກົດ 2023 ຢູ່ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ໄດ້ຈັດພິທີຝຶກອົບຮົມກ່ຽວກັບການບໍລິຫານຈັດການສູນຮຽນຮູ້ກ່ຽວກັບກະສິກໍາ ຄັ້ງທີ 01 (ປູກຝັງ-ລ້ຽງສັດ) ເປັນເວລາ 2 ວັນ ຄືວັນທີ 12-13 ກໍລະກົດ 2023; ໂດຍຈັດຂຶ້ນຂອງກົມການຮ່ວມມືລະຫວ່າງປະເທດລາວ ກັບ ລາດສະອານາຈັກປະເທດໄທ. ມີຜູ້ເຂົ້າຮ່ວມທັງມົດ 54 ຄົນ, ຍິງ 19 ຄົນ ໃນນັ້ນໄດ້ແບ່ງອອກເປັນ 3 ກຸ່ມດ້ວຍກັນຄື:
        1, ກຸຸ່ມຜູ່ບໍລິຫານຈັດການສູນຮຽນຮູ້ ທັງໝົດ 6 ຄົນ, ຍິງ 2 ຄົນ
        2, ກຸ່ມຜູ້ຮັບຜິດຊອບຖານສູນຮຽນຮູ້ 17 ຄົນ, ຍິງ 7 ຄົນ
        3, ກຸ່ມນັກສຶກສາ 31 ຄົນ, ຍິງ  8 ຄົນ

    ທິມງານຄູຝຶກໃນຄັ້ງນີ້ມາຈາກວິທະຍາໄລກະເສດ ແລະ ເທັກໂນໂລຊີພິຈິດ, ສະຖາບັນການອາຊີວະສຶກສາພາກເໜືອ ຈັ່ງຫວັດພິຈິດ ປະເທດໄທ ຫົວຂໍ້ທີ່ຝຶກໃນຄັ້ງນີ້ປະກອບມີ:
        1. ການລົງບັນຊີໃນຄົວເຮືອນ
        2. ການລົງບັນຊີຟາມກະເສດ
        3. ການເລີ່ມຕົ້ນກ່ຽວກັບການລ້ຽງສັດ
        4. ການຈັດການດິນ ແລະ ປຸ໋ຍ

    ພາຍໃຕ້ໂຄງການກະເສດຢັ້ງຢືນຕາມຫຼັກຂອງປັດສະຍາແບບພໍພຽງ ໂດຍການສະໜັບສະໜູນງົບປະມານຈາກໂຄງການ TICA ແຫ່ງຣາຊະອານາຈັກໄທ.




ไม่มีความคิดเห็น:

แสดงความคิดเห็น

ສົນທະນາ

ຝຶກອົບຮົມການບໍລິຫານຈັດການສູນຮຽນຮູ້ ຄັ້ງທີ 01 ວັນທີ 12-13 ກໍລະກົດ 2023

     ໃນວັນທີ 12 ກໍລະກົດ 2023 ຢູ່ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ໄດ້ຈັດພິທີຝຶກອົບຮົມກ່ຽວກັບການບໍລິຫານຈັດການສູນຮຽນຮູ້ກ່ຽວກັບກະສິ...